ງານຂອບໃຈໄຣເດີ້ ແລະ ເປີດຫ້ອງການໃໝ່

Events May 18, 2023

ວັນທີ 28 ເມສາ 2023, ນະຄອນຫລວງວຽງຈັນ. 

ບໍລິສັດ ເດລີເວີຣີ ຮີໂຣ ລາວ ຈຳກັດຜູ້ດຽວ ໄດ້ຈັດພິທີຕັດຣິບບິ້ນເປີດຫ້ອງການໃໝ່ຂອງໄຣເດີ້ຟູດແພນດ້າ ເຊິ່ງເຂົ້າຮ່ວມງານໂດຍ ທ່ານນາງ ທັນຍາລັດ ຈະເລີນສຸກ ຜູ້ອຳນວຍການ ບໍລິສັດ ເດລີເວີຣີ ຮີໂຣ ລາວ ຈຳກັດຜູ້ດຽວ, ບັນດາຫົວໜ້າພະແນກ ແລະ ພ້ອມດ້ວຍອ້າຍນ້ອງໄຣເດີ້ໃນນະຄອນຫຼວງວຽງຈັນ.

ການເປີດຫ້ອງການໃໝ່ຂອງໄຣເດີ້ໃນຄັ້ງນີ້ຖືໄດ້ວ່າເປັນໂອກາດສຳຄັນໃນການມອບລາງວັນຕ່າງໆໃຫ້ກັບອ້າຍນ້ອງໄຣເດີ້ທີ່ໄດ້ປະຕິບັດໜ້າທີ່ທີ່ຜ່ານມາເຊັ່ນ: ລາງວັນຕິດດາວ ແລະ ລາງວັນເຮັດວຽກເກີນ 3 ປີຈຳນວນ 24 ລາງວັນ.  ໃນພິທີເປີດດັ່ງກ່າວ ທ່ານ ທັນຍາລັດ ຈະເລີນສຸກ, ຜູ້ອຳນວຍການ ບໍລິສັດ ເດລີເວີຣີ ຮີໂຣ ລາວ ຈຳກັດຜູ້ດຽວ ໄດ້ໂອ້ລົມ ແລະ ແລກປ່ຽນກັບບັນດາໄຣເດີ້ຟູດແພນດ້າວ່າ 

‘’ ຂ້າພະເຈົ້າຢາກຂອບໃຈອ້າຍນ້ອງໄຣເດີ້ທຸກຄົນທີ່ຢູ່ນຳຟູດແພນດ້າຕະຫລອດໄລຍະເວລາກວ່າ 3 ປີ ແລະ ຮັບໃຊ້ບໍລິການຄົນລາວເລື່ອງສົ່ງອາຫານ ແລະ ເຄື່ອງໃຊ້ຢ່າງຕັ້ງໃຈ ບໍ່ວ່າຈະຍາມຮ້ອນ, ຍາມໜາວ, ຍາມຝົນ ຫລື ເທດສະການຕ່າງໆ ພວກທ່ານກໍ່ຕັ້ງໃຈເພື່ອມອບປະສົບການທີ່ດີໃຫ້ກັບຜູ້ບໍລິໂພກ’’  ນອກຈາກນັ້ນ, ທ່ານ ຜູ້ອຳນວຍການຍັງໄດ້ກ່າວຕື່ມອີກວ່າ ‘’ ຫ້ອງການໃໝ່ຂອງໄຣເດີ້ ຫລື ສະຖານທີ່ນີ້ ທາງຟູດແພນດ້າ ໄດ້ຕັ້ງໃຈສ້າງຂຶ້ນມາເພື່ອສະເພາະໃຫ້ກັບອ້າຍນ້ອງໄຣເດີ້ ໄດ້ເຂົ້າມານໍາໃຊ້ສະຖານທີ່ ແລະ ສິ່ງອຳນວຍຄວາມສະດວກທີ່ພວກເຮົາໄດ້ຈັດສັນໄວ້ໃຫ້ ແລະ ນອກຈາກນີ້ ສະຖານທີ່ດັ່ງກ່າວຍັງຈະເປັນສະຖານທີ່ໄຣເດີ້ທຸກຄົນສາມາດມາຮຽນຮູ້ ແລກປ່ຽນ ຄວາມຮູ້ ຫລື ວິທີການເຮັດວຽກຂອງໄຣເດີ້ໄດ້ເຊັ່ນດຽວກັນ ແລະ ຫວັງວ່າສະຖານທີ່ດັ່ງກ່າວ ຈະນໍາມາຜົນປະໂຫຍດ ແລະ ອຳນວຍຄວາມ ສະດວກໃຫ້ກັບອ້າຍນ້ອງໄຣເດີ້’’

ນອກຈາກນັ້ນ, ທ່ານ ຜູ້ອຳນວຍການ ຍັງໄດ້ນຳພາອ້າຍນ້ອງໄຣເດີ້ແວະຊົມແຕ່ລະຊັ້ນຂອງຫ້ອງການໃໝ່ ແລະ ຫ້ອງການໃໝ່ຂອງໄຣເດີ້ ປະກອບມີທັງໝົດ 4 ຊັ້ນ ເຊິ່ງຊັ້ນໜຶ່ງແມ່ນ ຈຸດລົງທະບຽນຮັບສະໝັກພະນັກງານໄຣເດີ້ ແລະ ຈຸດພັກຜ່ອນຂອງໄຣເດີ້ ພ້ອມໂຊນວາງສະແດງເຄື່ອງໃຊ້ຂອງໄຣເດີ້ຟູດແພນດ້າ, ຊັ້ນສອງແມ່ນຈຸດໄຣເດີ້ຊັບພອດ ຫລື ໃຫ້ຄຳປຶກສາ ໃນວຽກງານຂອງໄຣເດີ້, ຊັ້ນສາມແມ່ນພຶ້ນທີ່ພັກຜ່ອນ ແລະ ຫລິ້ນເກມຕ່າງໆສຳລັບໄຣເດີ້ ແລະ ຊັ້ນສີ່ ແມ່ນຫ້ອງອາຫານ. ເຊິ່ງເຫັນໄດ້ວ່າ ຫ້ອງການໃໝ່ຂອງໄຣເດີ້ຟູດແພນດ້າເປັນ ຈຸດທີ່ຕອບສະໜອງຄວາມຕ້ອງການ ແລະ ອຳນວຍຄວາມສະດວກໃຫ້ກັບວຽກງານຂອງໄຣເດີ້ຟູດແພນດ້າໄດ້ດີພໍສົມຄວນ. 

ໃນງານດັ່ງກ່າວ ຍັງມີໄຣເດີ້ອີກ 3 ທ່ານ ຂຶ້ນມາແບ່ງປັນປະສົບການ ແລະ ຄວາມຮູ້ສຶກ ກ່ຽວກັບການເຮັດວຽກທີ່ຜ່ານມາ, ທ່ານ ເປີ້ນ ໜຶ່ງໃນໄຣເດີ້ທີ່ຊະນະລາງວັນພິຊິດດາວ ເຊິ່ງໄດ້ຮັບຄຳ 2 ສະຫລຶງ ໄດ້ຂຶ້ນແບ່ງປັນປະສົບການວ່າ ‘’ ວຽກການບໍລິການເປັນວຽກທີ່ສຳຄັນ ກ່ອນທີ່ນ້ອງຈະສົ່ງອາຫານ ນ້ອງຈະໂທເຊັກກັບລູກຄ້າສະເໝີວ່າລູກຄ້າຢູ່ຈຸດໃດ ເພື່ອໃຫ້ໝັ່ນໃຈວ່າລູກຄ້າປັກໝຸດຖືກຕ້ອງ ແລະ ສົ່ງອາຫານໃຫ້ຖືກຈຸດ ເພື່ອໃຫ້ລູກຄ້າໄດ້ຮັບການບໍລິການທີ່ດີທີ່ສຸດຈາກຟູດແພນດ້າ ‘’.

Recent Posts