ໃຜເປັນ ຜູ້ຄວບຄຸມ ຂໍ້ມູນ?

ນະໂຍບາຍຄວາມເປັນສ່ວນຕົວນີ້ເປັນສ່ວນກໍານົດພື້ນຖານທີ່ ເດລິເວີຣີ ຮີໂຣ (ສິງກະໂປ) ພີທີອີ ຈໍາກັດ. ຫຼື ເອີ້ນວ່າ (“ຟູດແພນດ້າ”, “ພວກເຮົາ”, “ເຮົາ” ຫຼື “ຂອງພວກເຮົາ”) ແລະ ບໍລິສັດໃນເຄືອຂອງພວກເຮົາ (ອີງຕາມກໍລະນີທີ່ອາດຈະເປັນ) ເກັບກໍາ, ນໍາໃຊ້, ເປີດເຜີຍ ຫຼື ການປະມວນຜົນອື່ນໆຂອງທ່ານ (“ຜູ້ຂັບຂີ່” ຫຼື “ຜູ້ຮັບເໝົາອິດສະຫຼະ”) ຂອງທ່ານ ໂດຍອີງຕາມກົດໝາຍທີ່ນຳໃຊ້ທັງໝົດ (ລວມທັງກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົວຂອງປະເທດສິງກະໂປ 2012 (“PDPA”)), ລະບຽບການ, ປື້ມຄູ່ມື, ຄຳແນະນຳ, ແຈ້ງການ ແລະ ລະຫັດການປະຕິບັດ, ທີ່ກ່ຽວຂ້ອງກັບການປະມວນຜົນຂໍ້ມູນສ່ວນຕົວຂອງທ່ານໃນຂອບເຂດສິດອຳນາດທີ່ນຳໃຊ້ ແລະ ອອກໃຫ້ໂດຍ ອົງການປົກຄອງຂັ້ນທ້ອງຖິ່ນທີ່ກ່ຽວຂ້ອງທີ່ຄຸ້ມຄອງການປະມວນຜົນ (“ກົດໝາຍວ່າດ້ວຍການຄຸ່ມຄອງຄວາມເປັນສ່ວນຕົວຂອງຂໍ້ມູນ”).

ຍ້ອນຫຍັງ ແລະ ຂໍ້ມູນສ່ວນຕົວໃດແດ່ ທີ່ພວກເຮົາປະມວນຜົນ?

ຂໍ້ມູນຂ້າງລຸ່ມນີ້ ທ່ານຈະສາມາດເຫັນວ່າໄດ້ວ່າຂໍ້ມູນປະເພດໃດຂອງທ່ານທີ່ພວກເຮົາຕ້ອງການນຳໃຊ້ ເພື່ອຈຸດປະສົງໃດ ແລະ ໃນກໍລະນີໃດທີ່ພວກເຮົາ ຈະສະໜອງຂໍ້ມູນຂອງທ່ານໃຫ້ກັບບຸກຄົນອື່ນ.

ຂໍ້ມູນສ່ວນຕົວໝາຍເຖິງຂໍ້ມູນ, ບໍ່ວ່າຈະເປັນຄວາມຈິງ ຫຼື ບໍ່, ກ່ຽວກັບບຸກຄົນໃດໜຶ່ງທີ່ສາມາດລະບຸຕົວຕົນໄດ້ — (a) ຈາກຂໍ້ມູນນັ້ນ; ຫຼື (b) ຈາກຂໍ້ມູນນັ້ນ ແລະ ຂໍ້ມູນອື່ນໆທີ່ອົງກອນມີ ຫຼື ມີແນວໂນ້ມທີ່ຈະເຂົ້າເຖິງໄດ້. ເຊິ່ງນິ້ປະກອບມີຊື່ ແລະ ນາມສະກຸນ, ທີ່ຢູ່, ເບີໂທລະສັບ, ວັນເດືອນປີເກີດ, ຂໍ້ມູນສະຖານທີ່ ຫຼື ທີ່ຢູ່ອີເມວ.

ຂໍ້ມູນສ່ວນຕົວ ປະເພດໃດທີ່ ພວກເຮົາປະມວນຜົນ?

ເພື່ອໃຫ້ການບໍລິການຈັດສົ່ງສິນຄ້າໃຫ້ແກ່ລຸກຄ້າຂອງພວກເຮົາ, ພວກເຮົານຳໃຊ້ເຄື່ອງມື ແລະ ລະບົບຕ່າງໆທີ່ຈຳເປັນ ເພື່ອຈັດສົ່ງສິນຄ້າຕາມຄຳສັ່ງ. ນອກຈາກນີ້, ພວກເຮົາ ຍັງນຳໃຊ້ເຄື່ອງມື ແລະ ລະບົບພາຍນອກ ແລະ ພາຍໃນ ເພື່ອປະມວນຜົນຂໍ້ມູນສ່ວນຕົວຂອງທ່ານ ເພື່ອບໍລິຫານບຸກຄະລາກອນ ແລະ ການດຳເນີນທຸລະກິດ.
ພວກເຮົາ ຈະຮວບຮວມ, ປະມວນ ແລະ ເກັບກຳປະເພດຂໍ້ມູນສ່ວນຕົວດັ່ງຕໍ່ໄປນິ້ ແລະ ພາຍໃນຂອບເຂດການນຳໃຊ້ເຄື່ອງມື ແລະ ລະບົບດັ່ງລຸ່ມນີ້:

ປະເພດຂໍ້ມູນ ຄຳອະທິບາຍ
ຂໍ້ມູນທີ່ລະບຸຕົວຕົນ ຊື່, ນາມສະກຸນ, ທີ່ຢູ່
ຂໍ້ມູນຕິດຕໍ່ ອີເມວ, ເບີໂທລະສັບ
ຂໍ້ມູນບັນຊີ ວັນເດືອນປິເກີດ, ສະຖານທີ່ເກີດ, ສັນຊາດ, ເພດ, ລາຍລະອຽດບັນຊີທະນາຄານ, ເລກບັດປະຈຳຕົວ
ຂໍ້ມູນການປະເມີນຜົນການປະຕິບັດງານ ເວລານຳໃຊ້ງານຂອງແອັບພິເຄຊັ່ນ, ລາຍລະອຽດການສັ່ງ
ຂໍ້ມູນຕຳແໜ່ງທາງພູມສາດ ຂໍ້ມູນກຳນົດຈຸດພິກັດ (GPS)
ຂໍ້ມູນດ້ານວິຊາການ ຂໍ້ມູນອຸປະກອນ

ພວກເຮົາ ປະມວນຜົນ ຂໍ້ມູນສ່ວນຕົວ ເພື່ອຈຸດປະສົງໃດ?

ພວກເຮົາພຽງແຕ່ປະເມີນ ຂໍ້ມູນສ່ວນຕົວຂອງທ່ານ ເພື່ອຈຸດປະສົງທີ່ຈໍາເປັນ ແລະ ຖືກຕ້ອງຕາມກົດໝາຍທີ່ໄດ້ກໍານົດໄວ້ຂ້າງລຸ່ມນີ້ເທົ່ານັ້ນ:

ຈຸດປະສົງ ຍ້ອນຫຍັງ ພວກເຮົາ ຈຶ່ງປະມວນຜົນຂໍ້ມູນ ເພື່ອຈຸດປະສົງນີ້?
ການຮັບສະໝັກ ໃນຖານະທີ່ເປັນສ່ວນໜຶ່ງຂອງຂັ້ນຕອນການຮັບສະໝັກ, ພວກເຮົາຈະເກັບກຳຂໍ້ມູນ, ປະມວນຜົນ ແລະ ເກັບຮັກສາຂໍ້ມູນສ່ວນຕົວຂອງທ່ານ ບົນພື້ນຖານຂອງຂໍ້ມູນທີ່ທ່ານໄດ້ສະໜອງໃຫ້ພວກເຮົາ. ຈຸດປະສົງຂອງການເກັບກຳຂໍ້ມູນແມ່ນເພື່ອການຕັດສິນໃຈກ່ຽວກັບການຮັບເອົາ ຫຼື ບໍ່ຮັບເອົາຜູ້ຍື່ນສະໝັກ.

ປະເພດຂໍ້ມູນສ່ວນຕົວທີ່ເກັບກຳ:

  • ຂໍ້ມູນທີ່ລະບຸຕົວຕົນ
  • ຂໍ້ມູນຕິດຕໍ່
  • ຂໍ້ມູນບັນຊີຜູ້ນໍາໃຊ້

ການຢືນຢັນຕົວຕົນ:

ເພື່ອປົກປ້ອງຂໍ້ມູນການສະໝັກຂອງທ່ານຈາກການສໍ້ໂກງຫຼອກລວງທີ່ເປັນໄປໄດ້, ພວກເຮົາຕ້ອງກວດສອບການຢືນຢັນຕົວຕົນຂອງທ່ານ ແລະ ຮັບປະກັນວ່າເຈົ້າຂອງຂໍ້ມູນແມ່ນຜູ້ທີ່ພວກເຂົາອ້າງວ່າແມ່ນເຈົ້າຂອງຂໍ້ມູນ. ດ້ວຍເຫດນີ້, ພວກເຮົານໍາໃຊ້ມາດຕະການໃນການຢືນຢັນຕົວຕົນເພື່ອຮັບປະກັນວ່າຮູບແບບພຶດຕິກໍາທີ່ຫນ້າສົງໄສກໍາລັງພົບຢູ່ໃນໄລຍະເບື້ອງຕົ້ນນັ້ນໄດ້ຖືກກວດສອບ. ພວກເຮົາຈະຖາມເພື່ອຂໍໃຫ້ທ່ານອັບໂຫລດຮູບພາບໃດໜຶ່ງ ຫຼື ຮູບເຊວຟີ (selfie) ໄວ້ໃນລະບົບຂອງພວກເຮົາເຊິ່ງຈະຖືກຢືນຢັນ ແລະ ກວດສອບໂດຍພວກເຮົາ. ຮູບພາບຈະຖືກລຶບອອກທັນທີທີ່ການຢືນຢັນຕົວຕົນໄດ້ຖືກຢັ້ງຢືນແລ້ວ ແລະ ພວກເຮົາບໍ່ຕ້ອງການຂໍ້ມູນນີ້ອີກຕໍ່ໄປ.

ປະເພດຂໍ້ມູນສ່ວນຕົວທີ່ເກັບກຳ:

  • ຂໍ້ມູນທີ່ລະບຸຕົວຕົນ
ການຕິດຕໍ່ຫາຜູ້ສະໝັກຄືນໃໝ່ ຖ້າຜູ້ສະໝັກ ບໍ່ໄດ້ສືບຕໍ່ດຳເນີນການຕາມຂັ້ນຕອນການສະໝັກ, ຂໍ້ຄວາມ (SMS) ຫຼື ອີເມວລ໌ ຈະຖືກສົ່ງເພື່ອໄປແຈ້ງເຕືອນຜູ້ສະໝັກເຖິງຂັ້ນຕອນທີ່ຕ້ອງດຳເນີນ ເພື່ອເຮັດໃຫ້ການສະໝັກສຳເລັດສົມບູນ.

ປະເພດຂອງຂໍ້ມູນສ່ວນຕົວທີ່ເກັບກຳ:

  • ຂໍ້ມູນທີ່ລະບຸຕົວຕົນ
  • ຂໍ້ມູນຕິດຕໍ່
ສັນຍາ ການສະຫຼຸບສັນຍາຜູ້ຮັບຈ້າງອິດສະຫຼະ

ປະເພດຂອງຂໍ້ມູນສ່ວນຕົວທີ່ເກັບກຳ:

  • ຂໍ້ມູນທີ່ລະບຸຕົວຕົນ
  • ຂໍ້ມູນບັນຊີຜູ້ນໍາໃຊ້
ການປະຖົມນິເທດ ການສະຫຼຸບສັນຍາຜູ້ຮັບຈ້າງອິດສະຫຼະ

ປະເພດຂອງຂໍ້ມູນສ່ວນຕົວທີ່ເກັບກຳ:

  • ຂໍ້ມູນທີ່ລະບຸຕົວຕົນ
  • ຂໍ້ມູນບັນຊີຜູ້ນໍາໃຊ້
ການກວດສອບສະຖານະ ການປະເມີນຄວາມນ່າເຊື່ອຖືຂອງຜູ້ຈັດສົ່ງກ່ຽວກັບການປະຕິບັດສຳເລັດພັນທະພາຍໃຕ້ສັນຍາຂອງພວກເຂົາ.

ປະເພດຂໍ້ມູນສ່ວນຕົວທີ່ເກັບກຳ:

  • ຂໍ້ມູນທີ່ລະບຸຕົວຕົນ
  • ຂໍ້ມູນບັນຊີຜູ້ນໍາໃຊ້
  • ຂໍ້ມູນຕິດຕໍ່
ບັນຊີຜູ້ໃຊ້ ການເປີດບັນຊີຜູ້ນໍາໃຊ້ທີ່ຈຳເປັນສຳລັບການນຳໃຊ້ແອັບພລີເຄຊັ້ນ

ປະເພດຂໍ້ມູນສ່ວນຕົວທີ່ເກັບກຳ:

  • ຂໍ້ມູນທີ່ລະບຸຕົວຕົນ
  • ຂໍ້ມູນບັນຊີຜູ້ນໍາໃຊ້
ການບັນທຶກເວລາເຮັດວຽກ ບັນທຶກການເຮັດວຽກຂອງຜູ້ຂັບຂີ່

ປະເພດຂໍ້ມູນສ່ວນຕົວທີ່ເກັບກຳ:

  • ຂໍ້ມູນທີ່ລະບຸຕົວຕົນ
  • ເລີ່ມຕົ້ນ ແລະ ສີ້ນສຸດກະເຮັດວຽກ
ການສື່ສານກັບລູກຄ້າ ການສື່ສານກັບລູກຄ້າກ່ຽວກັບສະຖານະຂອງການສັ່ງຊື້ ຫຼື ການຈັດສົ່ງ

ປະເພດຂໍ້ມູນສ່ວນຕົວທີ່ເກັບກຳ:

  • ຂໍ້ມູນທີ່ລະບຸຕົວຕົນ
  • ຂໍ້ມູນຕິດຕໍ່
  • ຂໍ້ມູນທີ່ກຳນົດຕຳແໜ່ງສະຖານທີ່ບ່ອນຢູ່
  • ເນື້ອໃນຂອງການສື່ສານ
  • ຮູບພາບ (ຖ້າມີ)
ຮູບພາບ ແລະ ວີດີໂອ ການຖ່າຍຮູບ, ການເຜີຍແຜ່ຮູບພາບ ແລະ ວີດີໂອຂອງບັນດາຜູ້ຈັດສົ່ງ

ປະເພດຂໍ້ມູນສ່ວນຕົວ ທີ່ເກັບກຳ:

  • ຂໍ້ມູນທີ່ລະບຸຕົວຕົນ
  • ຮູບພາບ/ວີດີໂອ
ການຄຸ້ມຄອງບໍລິຫານຜູ້ຈັດສົ່ງ ພວກເຮົາ ຈະເກັບກຳຂໍ້ມູນ, ປະມວນຜົນ ແລະ ເກັບຮັກສາຂໍ້ມູນສ່ວນຕົວຂອງທ່ານສຳລັບການປະມວນຜົນ ແລະ ການສ້າງເປັນເອກະສານ ແລະ ຫຼັກຖານທີ່ຈຳເປັນຕາມກົດໝາຍພ້ອມທັງຄ່າຕອບແທນໃຫ້ຜູ້ຈັດສົ່ງຂອງພວກເຮົາ.

ປະເພດຂໍ້ມູນສ່ວນຕົວທີ່ເກັບກຳ:

  • ຂໍ້ມູນທີ່ລະບຸຕົວຕົນ
  • ຂໍ້ມູນຕິດຕໍ່
  • ຂໍ້ມູນບັນຊີຜູ້ນໍາໃຊ້
ການສື່ສານ ເຄື່ອງມືທີ່ແຕກຕ່າງຈະຖືກນຳໃຊ້ສຳລັບການສື່ສານລະຫວ່າງພວກເຮົາ ແລະ ບັນດາຜູ້ຈັດສົ່ງ. ຈຸດປະສົງຂອງການດຳເນີນການແມ່ນ ການສື່ສານຂໍ້ມູນທີ່ຈຳເປັນ.

ປະເພດຂໍ້ມູນສ່ວນຕົວທີ່ເກັບກຳ:

  • ຂໍ້ມູນທີ່ລະບຸຕົວຕົນ
  • ຂໍ້ມູນຕິດຕໍ່
ການຈັດສົ່ງ ເຄື່ອງມືທີ່ແຕກຕ່າງຈະຖືກນຳໃຊ້ສຳລັບການສື່ສານລະຫວ່າງພວກເຮົາ ແລະ ບັນດາຜູ້ຈັດສົ່ງ. ຈຸດປະສົງຂອງການດຳເນີນການແມ່ນ ການສື່ສານຂໍ້ມູນທີ່ຈຳເປັນ.

ປະເພດຂໍ້ມູນສ່ວນຕົວທີ່ເກັບກຳ:

  • ຂໍ້ມູນທີ່ລະບຸຕົວຕົນ
  • ຂໍ້ມູນຕິດຕໍ່
  • ຂໍ້ມູນຕຳແໜ່ງທາງພູມສາດ
  • ຂໍ້ມູນດ້ານວິຊາການ
ການຄາດຄະເນການຈັດສົ່ງ ເພື່ອເຮັດໃຫ້ສາມາດແຈ້ງເຖິງລູກຄ້າກ່ຽວກັບເວລາຈັດສົ່ງທີ່ຖືກຄາດຄະເນໄວ້, ຂໍ້ມູນຄວາມໄວໂດຍສະເລ່ຍຈະຖືກປະມວນຜົນໃນຮູບແບບທີ່ບໍ່ໄດ້ລະບຸຊື່.

ປະເພດຂໍ້ມູນສ່ວນຕົວທີ່ເກັບກຳ:

  • ຂໍ້ມູນຕຳແໜ່ງທາງພູມສາດ (ທີ່ບໍ່ລະບຸຕົວຕົນ)
ການຊຳລະເງິນ ການກະກຽມເນື້ອໃນການເຄື່ອນໄຫວທຸລະກຳທາງການເງິນ; ການຊຳລະຄ່າບໍລິການ.

ປະເພດຂໍ້ມູນສ່ວນຕົວທີ່ເກັບກຳ:

  • ຂໍ້ມູນທີ່ລະບຸຕົວຕົນ
  • ຂໍ້ມູນຕິດຕໍ່
  • ຂໍ້ມູນບັນຊີທະນາຄານ
ອຸປະກອນ ຂອງ ຜູ້ຈັດສົ່ງ ຜູ້ຈັດສົ່ງຮັບອຸປະກອນສຳລັບຜູ້ຈັດສົ່ງຈາກພວກເຮົາ. ເພື່ອຮັບປະກັນວ່າເຄື່ອງແບບມີຄວາມເປັນເອກະພາບ ແລະ ເປັນການປົກປ້ອງຄວາມປອດໄພຂອງຜູ້ຈັດສົ່ງຂອງພວກເຮົາ. ພວກເຮົາຈະຄຸ້ມຄອງ ແລະ ຕິດຕາມກວດກາອຸປະກອນທີ່ໄດ້ສະໜອງໃຫ້, ເພື່ອຮັບປະກັນວ່າອຸປະກອນທີ່ຈຳເປັນແມ່ນມີພ້ອມຕະຫຼອດເວລາ.

ປະເພດຂໍ້ມູນສ່ວນຕົວທີ່ເກັບກຳ:

  • ຂໍ້ມູນທີ່ລະບຸຕົວຕົນ
  • ຂໍ້ມູນຕິດຕໍ່
ການບັນທຶກເວລາ ພວກເຮົາຈະເກັບກຳ, ປະມວນຜົນ ແລະ ເກັບຮັກສາຂໍ້ມູນສ່ວນຕົວຂອງຜູ້ຈັດສົ່ງຂອງພວກເຮົາສຳລັບການປະຕິບັດງານການຈັດສົ່ງຕົວຈິງ. ຈຸດປະສົງຂອງການດຳເນີນການແມ່ນເພື່ອເກັບກຳຊົ່ວໂມງການເຮັດວຽກ ແລະ ການບັນທຶກທີ່ເຫັນວ່າຈຳເປັນ.

ປະເພດຂໍ້ມູນສ່ວນຕົວທີ່ເກັບກຳ:

  • ຂໍ້ມູນທີ່ລະບຸຕົວຕົນ
  • ຂໍ້ມູນຕິດຕໍ່
  • ຂໍ້ມູນບັນຊີຜູ້ນໍາໃຊ້
  • ຂໍ້ມູນການປະຕິບັດງານ
  • ຂໍ້ມູນຕຳແໜ່ງທາງພູມສາດ
ການປະເມີນຜົນງານການເຮັດວຽກ ການປະເມີນຜົນງານການເຮັດວຽກຂອງຜູ້ຈັດສົ່ງ ແມ່ນອີງໃສ່ຄຸນນະພາບ (ຄຳຕຳນິຂອງຮ້ານອາຫານ ແລະ ລູກຄ້າ) ແລະ ຈຳນວນຄຳສັ່ງຊື້ທີ່ໄດ້ຈັດສົ່ງໃຫ້. ນອກຈາກນີ້, ຍັງລວມເຖິງ, ແຕ່ບໍ່ຈຳກັດ, ຄວາມນ່າເຊື່ອຖື, ການເຂົ້າສູ່ລະບົບທີ່ຖືກຕ້ອງ ແລະ ຕອບຮັບຄຳສັ່ງຊື້ໃນລະຫວ່າງການປ່ຽນຜຽນຈົນກວ່າການປ່ຽນຜຽນຈະສິ້ນສຸດລົງ ແລະ ການປະຕິບັດຄຳສັ່ງທີ່ຖືກຕ້ອງເໝາະສົມ.

ປະເພດຂໍ້ມູນສ່ວນຕົວທີ່ເກັບກຳ:

    • ຂໍ້ມູນທີ່ລະບຸຕົວຕົນ
    • ຂໍ້ມູນຕິດຕໍ່
  • ຂໍ້ມູນການປະຕິບັດງານ
  • ຂໍ້ມູນຕຳແໜ່ງທາງພູມສາດ
  • ຂໍ້ມູນດ້ານວິຊາການ
ການຍົກເລີກສັນຍາ ການຍົກເລີກສັນຍາໃນກໍລະນີທົ່ວໄປ ແລະ ໃນກໍລະນີສະເພາະກັບຜູ້ຈັດສົ່ງ

ປະເພດຂໍ້ມູນສ່ວນຕົວທີ່ເກັບກຳ:

  • ຂໍ້ມູນທີ່ລະບຸຕົວຕົນ
  • ຂໍ້ມູນຕິດຕໍ່
ການຂໍລາອອກ ການປິດບັນຊີທີ່ມີຢູ່; ການສົ່ງຄືນເຄື່ອງນຸ່ງ ແລະ ອຸປະກອນທີ່ໄດ້ຮັບ

ປະເພດຂໍ້ມູນສ່ວນຕົວທີ່ເກັບກຳ:

  • ຂໍ້ມູນທີ່ລະບຸຕົວຕົນ
  • ຂໍ້ມູນຕິດຕໍ່
ການເກັບຂໍ້ມູນ ການຈັດເກັບເອກະສານທີ່ຂຶ້ນກັບການເກັບຮັກສາໄວ້ເພື່ອຈຸດປະສົງທາງດ້ານພາສີ, ການປ້ອງກັນການສໍ້ໂກງ, ແລະ ການປະຕິບັດຕາມພັນທະທາງກົດໝາຍ ຫຼື ລະບຽບການອື່ນໆທີ່ນຳໃຊ້ກັບພວກເຮົາ.

ປະເພດຂໍ້ມູນສ່ວນຕົວທີ່ເກັບກຳ:

  • ຂໍ້ມູນທີ່ລະບຸຕົວຕົນ
  • ຂໍ້ມູນການຕິດຕໍ່
  • ວັນເດືອນປີເກີດ
  • ຂໍ້ມູນດ້ານອາກອນ
  • ເວລາເຮັດວຽກ
  • ເລກບັດປະຈຳຕົວ (ບາງສ່ວນ) (ເຊັ່ນ: SXXXX123A)
ການໂຄສະນາ ແລະ ການຕະຫຼາດ ການຕະຫຼາດອອນລາຍ

ຂັ້ນຕອນການວ່າຈ້າງງານຂອງພວກເຮົາ ແມ່ນອີງໃສ່ການຊອກຫາຜູ້ຈັດສົ່ງທີ່ມີສັກກະຍະພາບ. ເພື່ອເຮັດໃຫ້ໄດ້ຮັບຜູ້ສະໝັກທີ່ເໝາະສົມ, ພວກເຮົາໄດ້ເຮັດການໂຄສະນາການຕະຫຼາດ. ສະນັ້ນ, ພວກເຮົາ ຂໍສະເໜີຂັ້ນຕອນຂອງພວກເຮົາໃຫ້ທ່ານຮັບຊາບຢ່າງໂປ່ງໃສ ແລະ ເທົ່າທີ່ຈະເປັນໄປໄດ້. ກິດຈະກຳການດຳເນີນງານການຕະຫຼາດອອນລາຍຕໍ່ໄປນີ້ທີ່ພວກເຮົານໍາໃຊ້ ແມ່ນລວມມີການກຳນົດເປົ້າໝາຍ ແລະ ການກຳນົດເປົ້າໝາຍຄືນໃໝ່.

1)    ການກໍານົດເປົ້າໝາຍ

ໂດຍຫຼັກການແລ້ວ, ການກໍານົດເປົ້າໝາຍ ໝາຍເຖິງການສັບປ່ຽນ ແລະ ຫາຍໄປຂອງປ້າຍໂຄສະນາໃນເວັບໄຊທ໌ທີ່ຖືກປັບໃຫ້ເໝາະສົມກັບກຸ່ມເປົ້າໝາຍສະເພາະ. ຈຸດປະສົງແມ່ນ ເພື່ອສະແດງປ້າຍໂຄສະນາທີ່ໜ້າສົນໃຈທີ່ສຸດສໍາລັບບຸກຄົນເທົ່າທີ່ຈະເຮັດໄດ້ສຳລັບຜູ້ໃຊ້ງານ ແລະ ບັນດາຜູ້ຈັດສົ່ງທີ່ມີສັກກະຍະພາບ. ຂັ້ນຕອນທຳອິດ, ພວກເຮົາຈະກຳນົົດກຸ່ມເປົ້າໝາຍ ແລະ ຂັ້ນຕອນຖັດໄປ, ພວກເຮົາໃຫ້ຜູ້ສະໜອງການບໍລິການຂອງພວກເຮົາສະແດງການໂຄສະນາຕໍ່ກຸ່ມເປົ້າໝາຍທີ່ໄດ້ກຳນົດ. ພວກເຮົາຈະບໍ່ທຳການປະມວນຜົນຂໍ້ມູນສ່ວນຕົວໃດໆຍ້ອນວ່າຂໍ້ມູນເຫຼົ່ານີ້ຖືກສ້າງຂຶ້ນໂດຍບໍ່ເປີດເຜີຍຊື່. ພວກເຮົາຈັດແບ່ງກຸ່ມເປົ້າໝາຍທີ່ແຕກຕ່າງກັນ ແລະ ຈັດວາງການໂຄສະນາຢູ່ບ່ອນທີ່ແຕກຕ່າງກັນເພື່ອການກຳນົດເປົ້າໝາຍໃຫ້ໄດ້ດີທີ່ສຸດ.

2)    ການກຳນົດເປົ້າໝາຍຄືນໃໝ່

ທັນທີທີ່ທ່ານໄດ້ເຂົ້າເບິ່ງເວັບໄຊທ໌ຂອງພວກເຮົາ ເພື່ອຮັບຂໍ້ມູນເພີ່ມຕື່ມກ່ຽວກັບລາຍການຜູ້ຈັດສົ່ງຂອງພວກເຮົາ, ພວກເຮົາຈະເກັບກຳຂໍ້ມູນດັ່ງກ່າວໄວ້ໃນຖານຂໍ້ມູນຂອງຄຸກກີ້ (cookies). ຖ້າທ່ານສືບຕໍ່ເຂົ້າເວັບໄຊທ໌ອື່ນໆ, ຮຸ້ນສ່ວນໂຄສະນາຂອງພວກເຮົາຈະແຈ້ງເຕືອນທ່ານແທນພວກເຮົາວ່າທ່ານຍັງບໍ່ທັນໄດ້ສົ່ງໃບສະໝັກ. ພວກເຮົາບໍ່ຢາກໃຫ້ທ່ານພາດລາຍການຜູ້ຈັດສົ່ງທີ່ດີທີ່ສຸດ.

ທ່ານສາມາດປິດການກໍານົດເປົ້າໝາຍຄືນໃໝ່ໄດ້ໂດຍການຕິດຕັ້ງໂປຣແກມເສີມທີ່ເໝາະສົມໃນບຣາວເຊີ້ຂອງທ່ານ. ນອກຈາກນີ້, ທ່ານຍັງສາມາດ ແລະ ຄວນຈະລຶບຄຸກກີ້ໄວ້ໃນບຣາວເຊີທີ່ທ່ານໃຊ້ຢູ່ປະຈຳ.

ປະເພດຂໍ້ມູນສ່ວນຕົວທີ່ເກັບກຳ:

  • ຂໍ້ມູນການຕິດຕໍ່
  • ຂໍ້ມູນຜູ້ຢ້ຽມຢາມເວັບໄຊ໌
ຄວາມປອດໄພໃນການປະຕິບັດງານ ແລະ ການປ້ອງກັນການສໍ້ໂກງ ໜຶ່ງໃນຄວາມສຳຄັນຕົ້ນຕໍຂອງພວກເຮົາແມ່ນເພື່ອໃຫ້ແນ່ໃຈວ່າແພລັດຟອມມີຄວາມປອດໄພ ແລະ ປະສົບການໃນການຈັດສົ່ງທີ່ປອດໄພສໍາລັບທຸກຄົນທີ່ເຂົ້າຮ່ວມຢູ່ໃນແພລັດຟອມຂອງພວກເຮົາ. ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ, ຈິ່ງມີການນຳມາດຕະການຕ່າງໆ ເພື່ອປ້ອງກັນບັນດາການເຄື່ອນໄຫວການສໍ້ໂກງ ແລະ ເພື່ອຮັບປະກັນຄວາມປອດໄພໃນການດຳເນີນງານ.

ພວກເຮົານຳໃຊ້ຂະບວນການຕ່າງໆເພື່ອກວດກາ ແລະ ປ້ອງກັນກິດຈະກຳການເຄື່ອນໄຫວການສໍ້ໂກງ, ລວມທັງກິດຈະກຳທີ່ກ່ຽວຂ້ອງກັບການປ່ຽນແປງ ແລະ ການຈັດການສະຖານທີ່. ນອກຈາກນີ້ເຮົາຍັງນຳໃຊ້ປະໂຫຍດຈາກການຈື່ຈໍາໃບໜ້າ, ການກວດສອບຜ່ານການຢັ້ງຢືນລະຫັດບັດປະຈໍາຕົວ ແລະ ເຕັກໂນໂລຊີເພື່ອກວດຫາຕົວຕົນເພື່ອຮັບປະກັນວ່າມີພຽງແຕ່ຜູ້ຖືບັນຊີທີ່ຖືກຕ້ອງເທົ່ານັ້ນທີ່ສາມາດເຂົ້າເຖິງບັນຊີຂອງຜູ້ຂັບຂີ່ໄດ້. ນອກຈາກນັ້ນ, ການວິເຄາະຂໍ້ມູນອຸປະກອນຊ່ວຍເຫຼືອເພື່ອລະບຸຕົວຕົນຂອງຜູ້ຂັບຂີ່ທີ່ອາດບໍ່ປອດໄພ ແລະ ປັບປຸງມາດຕະຖານການຂັບຂີ່. ເຊິ່ງເຊື່ອໝັ້ນວ່າ, ຮູບພາບຂອງທ່ານຈະຖືກລຶບໃນທັນທີພາຍຫຼັງລະບຸຕົວຕົນຕາມຈຸດປະສົງດັ່ງກ່າວສຳເລັດຕາມໄລຍະເວລາການເກັບຮັກສາຕາມກົດໝາຍທີ່ນຳໃຊ້.

ຂະບວນການເຫຼົ່ານີ້ ບາງສ່ວນອາດຈະຖືກດຳເນີນການໂດຍອັດຕະໂນມັດໂດຍຄຳນຶງເຖິງປັດໃຈທີ່ກ່ຽວຂ້ອງທັງໝົດທີ່ໄດ້ກ່າວມາຂ້າງເທິງນີ້. ຖ້າຫາກທ່ານມີຂໍ້ມູນໃດທີ່ສົງໄສ

ຖ້າທ່ານມີຂໍ້ສົງໄສໃດໆກ່ຽວກັບຂະບວນການນີ້, ທ່ານສາມາດຕິດຕໍ່ກັບຕົວແທນຝ່າຍສະໜັບສະໜູນ ແລະ ຮ້ອງຂໍໃຫ້ມີການກວດສອບຈາກເຈົ້າໜ້າທີ່ ທີ່ຮັບຜິດຊອບໄດ້ຕະຫຼອດເວລາ.

ປະເພດຂໍ້ມູນສ່ວນຕົວທີ່ເກັບກຳ:

  • ຂໍ້ມູນທີ່ລະບຸຕົວຕົນ (ລວມທັງບັດປະຈໍາຕົວທີ່ລັດຖະບານໄດ້ອອກໃຫ້, ບັດເຮັດວຽກ)
  • ຮູບພາບຂອງໃບໜ້າຂອງທ່ານ

ພວກເຮົາ ເກັບຮັກສາຂໍ້ມູນສ່ວນຕົວໄວ້ດົນປານໃດ?

ໂດຍທົ່ວໄປ ພວກເຮົາ ຈະລຶບຂໍ້ມູນຂອງທ່ານຫຼັງຈາກໄດ້ສຳເລັດຕາມຈຸດປະສົງແລ້ວ. ລະບຽບການລຶບຂໍ້ມູນທີ່ແນ່ນອນແມ່ນໄດ້ກຳນົດໄວ້ໃນ ລະບຽບການລຶບຂໍ້ມູນຂອງພາກພື້ນ. ລະບຽບການລຶບຂໍ້ມູນທີ່ແຕກຕ່າງກັນຈະຖືກນຳໃຊ້ໂດຍຂຶ້ນກັບຈຸດປະສົງຂອງການປະມວນຜົນ. ໃນຂອບເຂດການລຶບຂໍ້ມູນພວກເຮົາໄດ້ກຳນົດຂັ້ນຂອງຂໍ້ມູນຕ່າງໆ ແລະ ໄດ້ກຳນົດລະບຽບກ່ຽວກັບໄລຍະເວລາຂອງການລຶບຂໍ້ມູນ. ເມື່ອຄົບກຳນົດເວລາຂອງການເກັບຮັກສາຂໍ້ມູນ, ຂໍ້ມູນທີ່ເກັບຮັກສາໄວ້ນັ້ນຈະຖືກລຶບໂດຍທັນທີ. ໃນບາງກໍລະນີ, ການຮ້ອງຂໍໃຫ້ລຶບຂໍ້ມູນຕ່າງໆອາດຈະຖືກຢັບຢັ້ງຖ້າຫາກຍັງຢູ່ໃນໄລຍະການເກັບຮັກສາຂໍ້ມູນດັ່ງກ່າວຕາມກົດໝາຍ, ເຊິ່ງເຮັດໃຫ້ພວກເຮົາບໍ່ສາມາດລຶບຂໍ້ມູນທີ່ຕ້ອງໄດ້ເກັບໄວ້ເປັນໄລຍະຕໍ່າສຸດທີ່ໄດ້ກຳນົດ. ເພື່ອໃຫ້ສອດຄ່ອງກັບຂໍ້ກຳນົດຂອງກົດໝາຍ, ພວກເຮົາ ຈຶ່ງປິດກັ້ນຂໍ້ມູນທີ່ກ່ຽວຂ້ອງຫຼັງຈາກໄດ້ສຳເລັດຕາມຈຸດປະສົງແລ້ວ ແລະ ຮັບປະກັນຄວາມພ້ອມ ແລະ ຄວາມສົມບູນຂອງຂໍ້ມູນ.

ຜູ້ປະມວນຜົນຂໍ້ມູນໃດ ແລະ ເປັນຫຍັງພວກເຮົາຈຶ່ງໃຫ້ຂໍ້ມູນສ່ວນຕົວ?

ພວກເຮົາບໍ່ເຄີຍໃຫ້ຂໍ້ມູນຂອງທ່ານແກ່ບຸກຄົນທີສາມໂດຍບໍ່ໄດ້ຮັບອະນຸຍາດ. ເຖິງຢ່າງໃດກໍ່ຕາມ, ໃນໜ້າວຽກສ່ວນໜຶ່ງຂອງພວກເຮົາ, ພວກເຮົາໄດ້ໃຊ້ບໍລິການຈາກຜູ້ສະໜອງບໍລິການທີ່ພວກເຮົາເລືອກ ແລະ ໃຫ້ສິດແກ່ພວກເຂົາສາມາດເຂົ້າເຖິງຂໍ້ມູນບາງສ່ວນຢ່າງຈຳກັດ ແລະ ພາຍໃຕ້ການຕິດຕາມກວດກາຢ່າງເຂັ້ມງວດ. ເຖິງຢ່າງໃດກໍ່ຕາມ, ກ່ອນທີ່ພວກເຮົາຈະສົ່ງຂໍ້ມູນສ່ວນຕົວໃຫ່ແກ່ບັນດາຜູ້ປະມວນຜົນຂໍ້ມູນເຫຼົ່ານີ້ເພື່ອດຳເນີນການໃນນາມຂອງພວກເຮົາ, ແຕ່ລະບໍລິສັດຈະຕ້ອງໄດ້ຜ່ານການກວດສອບ. ຜູ້ທີ່ໄດ້ຮັບຂໍ້ມູນທັງໝົດຈະຕ້ອງປະຕິບັດຕາມເງື່ອນໄຂການປົກປ້ອງຂໍ້ມູນຕາມກົດໝາຍ ແລະ ພິສູດລະດັບການປົກປ້ອງຂໍ້ມູນຂອງພວກເຂົາດ້ວຍຫຼັກຖານທີ່ເໝາະສົມ.

ຕໍ່ໄປນີ້ພວກເຮົາ ຂໍແຈ້ງທ່ານຮັບຊອບດ້ວຍຄວາມໂປ່ງໃສ ແລະ ເຂົ້າໃຈໄດ້ກ່ຽວກັບບັນດາຜູ້ທີ່ໄດ້ຮັບຂໍ້ມູນທັງໝົດຂອງພວກເຮົາພ້ອມດ້ວຍເຫດຜົນທີ່ກ່ຽວຂ້ອງດັ່ງລຸ່ມນີ້:

ຜູ້ທີ່ໄດ້ຮັບຂໍ້ມູນ ເຫດຜົນ
ຜູ້ໃຫ້ບໍລິການພາຍນອກ ພວກເຂົາຈະສະໜັບສະໜູນການດຳເນີນທຸລະກິດຂອງພວກເຮົາໂດຍການສະໜອງບໍລິການດ້ານໄອທີ ແລະ ພື້ນຖານໂຄງລ່າງ ຫຼື ໂດຍການຮັບປະກັນຄວາມປອດໄພໃນການດຳເນີນທຸລະກິດຂອງພວກເຮົາ ເຊັ່ນ: ການລະບຸ ແລະ ການແກ້ໄຂຂໍ້ຜິດພາດ. ນອກຈາກ ນີ້, ຂໍ້ມູນສ່ວນຕົວອາດຈະຖືກເປີດເຜີຍຕໍ່ທີ່ປຶກສາດ້ານອາກອນ, ທະນາຍຄວາມ ຫຼື ຜູ້ກວດສອບພາຍນອກຖ້າຫາກພວກເຂົາໃຫ້ບໍລິການຕາມທີ່ໄດ້ຮັບມອບໝາຍ.
ບັນດາສະມາຊິກ ຂອງ ກຸ່ມບໍລິສັດ ເດລິເວີຣີ ຮີໂຣ ເອັດສ໌ອີ (Delivery Hero SE Group) ບາງຄັ້ງພາຍໃນກຸ່ມບໍລິສັດຈະຕ້ອງໄດ້ໃຊ້ຊັບພະຍາກອນໃຫ້ມີປະສິດຕິພາບ. ໃນສະພາບການແບບນີ້, ພວກເຮົາຊ່ວຍເຫຼືອເຊິ່ງກັນ ແລະ ກັນພາຍໃນກຸ່ມບໍລິສັດເພື່ອເພີ່ມປະສິດຕິພາບໃນການດຳເນີນງານຂອງພວກເຮົາ. ນອກນີ້, ພວກເຮົາຍັງຮ່ວມສະໜອງເນື້ອຫາ ແລະ ການໃຫ້ບໍລິການຮ່ວມກັນ ເຊັ່ນ: ການສະໜັບສະໜູນທາງເຕັກນິກຂອງລະບົບ.
ພວກເຮົາ ມີຄວາມຮັບຜິດຊອບຢ່າງເຕັມທີ່ໃນການປະຕິບັດຕາມຂໍ້ກຳນົດການປົກປ້ອງຂໍ້ມູນຮ່ວມກັນກັບ ເດລິເວີຣີ ຮີໂຣ ເອັດສ໌ອີ. ພາຍໃນຂອບຂອງການຮ່ວມມືກັນນັ້ນ, ພວກເຮົາ ແລະ ເດລິເວີຣີ ຮີໂຣ ເອັດສ໌ອີ ໄດ້ຕົກລົງກັນວ່າຈະຮັບປະກັນສິດຂອງພວກເຮົາຢ່າງເທົ່າທຽມກັນ. ດັ່ງນັ້ນ, ທ່ານສາມາດສົ່ງຄຳຮ້ອງຂໍເຖິງພວກເຮົາ ແລະ ເຖິງ ເດລິເວີຣີ ຮີໂຣ ເອັດສ໌ອີ ທີ່ 70 ຖະໜົນໂອຣານຽນເບີເກີ (Oranienburger Street), 1017 ແບັກແລັງ (Berlin). ທ່ານສາມາດຕິດຕໍ່ ໜ່ວຍງານປົກປ້ອງຂໍ້ມູນໄດ້ທີ່ [email protected] ບໍລິສັດ ເດລິເວີຣີ ຮີໂຣ ເອັດສ໌ອີ (Delivery Hero SE) ຫຼື [email protected] ບໍລິສັດ ເດລິເວີຣີ ຮີໂຣ ສິງກະໂປ (Delivery Hero (Singapore)).
ເຈົ້າໜ້າທີ່ດຳເນີນຄະດີ ແລະ ການດຳເນີນການທາງກົດໝາຍ ພວກເຮົາອາດຈະແບ່ງປັນ ຂໍ້ມູນສ່ວນຕົວຂອງທ່ານໃຫ້ກັບອົງການປົກຄອງຂັ້ນທ້ອງຖິ່ນທີ່ບັງຄັບໃຊ້ກົດໝາຍ, ລັດຖະບານ ແລະ ອົງການຄຸ້ມຄອງລະບຽບການ ເພື່ອໃຫ້ເປັນໄປຕາມກົດໝາຍທີ່ກ່ຽວຂ້ອງກຳນົດໄວ້ ຫຼື ພັນທະຕ່າງໆທາງລະບຽບການ ລວມທັງການຮ້ອງຟ້ອງ

ພວກເຮົາໂອນຂໍ້ມູນສ່ວນຕົວໄປຍັງບັນດາປະເທດທີສາມໃດແນ່?

ພວກເຮົາ ປະມວນຜົນຂໍ້ມູນຂອງທ່ານພາຍໃນທະວີບອາຊີ-ປາຊີຟິກ (APAC) ເປັນຫຼັກ. ເຖິງຢ່າງໃດກໍ່ຕາມ, ຜູ້ໃຫ້ບໍລິການຂອງພວກເຮົາບາງສ່ວນທີ່ໄດ້ກ່າວໄວ້ຂ້າງເທິງ ແມ່ນຢູ່ພາຍນອກທະວີບອາຊີ-ປາຊີຟິກ.
ຜູ້ທີ່ໄດ້ຮັບຂໍ້ມູນທັງໝົດຂອງພວກເຮົາ ຕ້ອງໄດ້ຊັງຊາເຖິງລະບຽບການທີ່ແນ່ນອນສຳລັບການໂອນຂໍ້ມູນສ່ວນຕົວໄປຍັງປະເທດທີສາມ. ກ່ອນທີ່ພວກເຮົາຈະໂອນຂໍ້ມູນສ່ວນຕົວຂອງທ່ານໄປຍັງຜູ້ໃຫ້ບໍລິການໃນປະເທດທີສາມ, ບໍ່ວ່າຈະຢູ່ພາຍໃນ ຫຼື ພາຍນອກນອກທະວີບອາຊີ-ປາຊີຟິກ, ພວກເຮົາຈະປະເມີນລະດັບການປ້ອງກັນຂໍ້ມູນຂອງຜູ້ໃຫ້ບໍລິການ. ເວັ້ນເສັຍແຕ່ພວກເຂົາສາມາດສະແດງໃຫ້ເຫັນເຖິງລະດັບທີ່ເໝາະສົມຂອງການປ້ອງກັນຂໍ້ມູນພວກເຂົາຈະຖືກເລືອກໃຫ້ເປັນຜູ້ໃຫ້ບໍລິການ.

ບໍ່ວ່າບັນດາຜູ້ໃຫ້ບໍລິການຈະຢູ່ພາຍໃນທະວີບອາຊີ-ປາຊີຟິກ ຫຼື ໃນປະເທດທີສາມ, ຜູ້ໃຫບໍລິການແຕ່ລະທ່ານຕ້ອງເຊັນສັນຍາສະ ໜອງບໍລິການກັບພວກເຮົາ ເຊິ່ງຈະຕ້ອງມີບົດບັນຍັດຕາມທີ່ ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົວ (PDPA). ພວກເຮົາໄດ້ກວດສອບເພື່ອໃຫ້ແນ່ໃຈວ່າ ຂໍ້ມູນສ່ວນຕົວໃດໆ ທີ່ໄດ້ໂອນອອກໄປຈາກປະເທດສິງກະໂປ ໄດ້ຖືກຮັບການຄຸ້ມຄອງໃນມາດຕະຖານທີ່ທຽບເທົ່າໄດ້ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົວ (PDPA)

ຄຸກກີ້ Cookies

ເພື່ອເຮັດໃຫ້ການເຂົ້າຢ້ຽມຢາມເວັບໄຊທ໌ຂອງພວກເຮົາມີຄວາມດຶງດູດ ແລະ ຊ່ວຍໃຫ້ການນຳໃຊ້ບາງໜ້າທີ່ມີປະສິດທິພາບ, ພວກເຮົານຳໃຊ້ຄຸກກີ້ ເພື່ອເປັນເຄື່ອງມືຊະນິດໜຶ່ງທີ່ຮຽກເອີ້ນຢູ່ໃນໜ້າຕ່າງໆ (so-called cookies). ເອກະສານທີ່ເປັນຂໍ້ຄວາມຂະ ໜາດນ້ອຍໄດ້ຖືກເກັບໄວ້ໃນອຸປະກອນຂອງທ່ານ. ຄຸກກີ້ບາງປະເພດທີ່ພວກເຮົາໃຊ້ຈະຖືກລຶບຖິ້ມຫຼັງຈາກສິ້ນສຸດຂອງໄລຍະບຣາວເຊີ (browser), ເຊັ່ນ: ຫລັງຈາກປິດບຣາວເຊີຂອງທ່ານ (ໄລຍະຮຽກເອີ້ນຢູ່ໃນໜ້າຕ່າງໆ). ຄຸກກີ້ອື່ນໆຍັງຄົງຢູ່ໃນອຸປະກອນຂອງທ່ານ ແລະ ອະນຸຍາດໃຫ້ພວກເຮົາ ຫຼື ສະມາຊິກຂອງພວກເຮົາຮັບຮູ້ໂປແກຼມທ່ອງເວັບຂອງທ່ານໃນການຢ້ຽມຢາມຄັ້ງຕໍ່ໄປຂອງທ່ານ ເຊິ່ງເອີ້ນວ່າ (ຄຸກກີ້ຄົງທີ່). ທ່ານສາມາດຕັ້ງໂປແກຼມທ່ອງເວັບຂອງທ່ານເພື່ອໃຫ້ທ່ານໄດ້ຮັບຂໍ້ມູນກ່ຽວກັບການຕັ້ງຄ່າຄຸກກີ້ແລະ ການຕັດສິນໃຈສ່ວນບຸກຄົນກ່ຽວກັບການຍອມຮັບຂອງພວກເຂົາ ຫຼື ຍົກເວັ້ນການຍອມຮັບຄຸກກີ້ສຳລັບກໍລະນີສະເພາະ ຫຼື ກໍລະນີທົ່ວໄປ. ການບໍ່ຍອມຮັບຄຸກກີ້ອາດຈະ ຈຳກັດການເຮັດວຽກຂອງໜ້າທີໃນເວັບໄຊທ໌/ແອັບຂອງພວກເຮົາ.

ທ່ານສາມາດຕິດຕັ້ງເພີ່ມເຕີມໃນບຣາວເຊີຂອງທ່ານເພື່ອປິດກັ້ນໃນຄຸກກີ້ທີ່ບໍ່ຈຳເປັນ. ໂດຍການເຮັດດັ່ງນັ້ນ, ທ່ານຈະບໍ່ເຫັນໂຄສະນາທີ່ອີງຕາມຄວາມສົນໃຈໃດໆເລີຍ.

ປະເພດຂໍ້ມູນສ່ວນຕົວ:

ຂໍ້ມູນກ່ຽວກັບອຸປະກອນທີ່ຈຳກັດ ເຊັ່ນ: ທີ່ຢູ່ອິນເຕີເນັດ (IP), ລະຫັດອຸປະກອນ, ທີ່ຢູ່ແມັກ (MAC), ລະບົບປະຕິບັດການ, ຊະນິດອຸປະກອນ, ລະຫັດ Apple Advertiser (IDFA) or ຫຼື ລະຫັດ Android Ad (AAID).

ພວກທ່ານສາມາດຊອກຫານະໂຍບາຍການນຳໃຊ້ຄຸກກີ້ກັບຄຸກກີ້ທັງໝົດທີ່ພວກເຮົາໄດ້ນຳໃຊ້ຄຸກກີ້ ແລະ ນະໂຍບາຍການຕິດຕາມເວັບໄຊທ໌

ສິດຂອງທ່ານມີຫຍັງແດ່ໃນຖານະທີ່ເປັນເຈົ້າຂອງຂໍ້ມູນ ແລະ ສິດເຫຼົ່ານັ້ນສາມາດອ້າງໄດ້ແນວໃດ?

ທ່ານມີິສິດໃນການຮັບຂໍ້ມູນທີ່ຊັດເຈນຈາກພວກເຮົາກ່ຽວກັບຂໍ້ມູນສ່ວນຕົວຂອງທ່ານທີ່ພວກເຮົາໄດ້ເກັບຮັກສາ.

ນອກຈາກນີ້ທ່ານຍັງມີສິດ ແລະ ໜ້າທີ່ດັ່ງຕໍ່ໄປນີ້:

ສິດໃນການເຂົ້າເຖິງຂໍ້ມູນ ທ່ານມີສິດໄດ້ຮັບການແຈ້ງກ່ຽວກັບຂໍ້ມູນຂອງທ່ານທີ່ພວກເຮົາໄດ້ເກັບຮັກສາແລະ ວິທີການທີ່ພວກເຮົາປະມວນຜົນຂໍ້ມູນດັ່ງກ່າວ.

ພວກເຮົາຈະຕອບສະໜອງການຮ້ອງຂໍການເຂົ້າເຖິງຂໍ້ມູນຂອງທ່ານທັນທີທີ່ສາມາດປະຕິບັດໄດ້, ໃນກໍລະນີໃດກໍ່ຕາມພາຍໃນສາມສິບ (30) ວັນ ຫຼັງຈາກໄດ້ຮັບຄຳຮ້ອງຂໍສະໝັກການເຂົ້າເຖິງຂອງທ່ານ. ພວກເຮົາຍັງຈະແຈ້ງໃຫ້ທ່ານຊາບພາຍໃນໄລຍະເວລາ ຖ້າພວກເຮົາບໍ່ສາມາດປະຕິບັດໄດ້ຕາມຄໍາຮ້ອງຂໍຂອງທ່ານ (ດ້ວຍເຫດຜົນ) ຫຼື ຕາມຄວາມຕ້ອງການເວລາເພີ່ມເຕີມເພື່ອສົ່ງຜົນຕໍ່ການຮ້ອງຂໍ.

ສິດໃນການແກ້ໄຂ ຖ້າທ່ານສັງເກດເຫັນວ່າຂໍ້ມູນທີ່ເກັບໄວ້ບໍ່ຖືກຕ້ອງ, ທ່ານສາມາດຖາມພວກເຮົາເພື່ອໃຫ້ມັນໄດ້ແກ້ໄຂຢ່າງຖືກຕ້ອງໄດ້ຕະຫຼອດເວລາ.

ພວກເຮົາຈະຕອບສະໜອງການຮ້ອງຂໍການແກ້ໄຂຂອງທ່ານໃຫ້ໄວເທົ່າທີ່ຈະໄວໄດ້ ເພື່ອສາມາດປະຕິບັດໄດ້, ໃນກໍລະນີໃດກໍ່ຕາມພາຍໃນສາມສິບ (30) ວັນ ຫຼັງຈາກໄດ້ຮັບຄຳຮ້ອງສະໝັກການແກ້ໄຂຂອງທ່ານ. ພວກເຮົາຍັງຈະແຈ້ງໃຫ້ທ່ານຊາບພາຍໃນໄລຍະເວລາຖ້າພວກເຮົາບໍ່ສາມາດປະຕິບັດຕາມຄໍາຮ້ອງຂໍຂອງທ່ານ (ດ້ວຍເຫດຜົນ) ຫຼືຕ້ອງການເວລາເພີ່ມເຕີມເພື່ອສົ່ງຜົນຕໍ່ການຮ້ອງຂໍ.

ສິດໃນການຖອດຖອນການຍິນຍອມຂອງທ່ານ ທ່ານສາມາດຖອນການຍິນຍອມຂອງທ່ານໃນການເກັບກຳຂໍ້ມູນ, ນຳໃຊ້ ແລະ ເປີດເຜີຍຂໍ້ມູນສ່ວນບຸກຄົນຂອງທ່ານໄດ້ຕະຫຼອດເວລາສຳລັບຈຸດປະສົງໃດໜຶ່ງ ຫຼື ທັງໝົດ. ເມື່ອໄດ້ຮັບຄໍາຮ້ອງຂໍການຖອນຕົວຂອງທ່ານ, ພວກເຮົາອາດຈະຕ້ອງການເວລາທີ່ເຫມາະສົມ (ຂຶ້ນກັບຄວາມຊັບຊ້ອນຂອງຄໍາຮ້ອງຂໍ ແລະ ຜົນກະທົບຂອງມັນຕໍ່ຄວາມສໍາພັນຂອງພວກເຮົາກັບທ່ານ) ສໍາລັບຄໍາຮ້ອງຂໍຂອງທ່ານທີ່ຈະຖືກດໍາເນີນການ ແລະ ໃຫ້ພວກເຮົາແຈ້ງໃຫ້ທ່ານຮູ້ເຖິງຜົນສະທ້ອນທີ່ພວກເຮົາຍອມຮັບດຽວກັນ, ລວມທັງຜົນກະທົບທາງກົດໝາຍທີ່ອາດຈະສົ່ງຜົນກະທົບຕໍ່ສິດ ແລະ ຄວາມຮັບຜິດຊອບຂອງທ່ານຕໍ່ພວກເຮົາ.

ພວກເຮົາຈະພະຍາຍາມດໍາເນີນຂັ້ນຕອນກ່ຽວກັບຄໍາຮ້ອງຂໍຂອງທ່ານພາຍໃນສິບ (10) ວັນລັດຖະການຫຼັງຈາກໄດ້ຮັບຄຳຮ້ອງ, ແລະ ຈະແຈ້ງໃຫ້ທ່ານຊາບຕາມຄວາມເໝາະສົມຖ້າພວກເຮົາຕ້ອງການເວລາເພີ່ມເຕີມ.

ເຈົ້າໜ້າທີ່ປົກປ້ອງຂໍ້ມູນ

ທ່ານສາມາດຕິດຕໍ່ຫາພະນັກງານປົກປ້ອງຂໍ້ມູນຂອງພວກເຮົາໄດ້ ເພື່ອນຳໃຊ້ສິດຄວາມເປັນເຈົ້າຂອງຂໍ້ມູນຂອງທ່ານ ຫຼື ຊອກຫາຂໍ້ມູນເພີ່ມເຕີມກ່ຽວກັບຂະບວນການປົກປ້ອງຂໍ້ມູນຂອງພວກເຮົາ ແລະ ວິທີ ທີ່ພວກເຮົາປະມວນຜົນຂໍ້ມູນສ່ວນຕົວຂອງທ່ານໂດຍການສົ່ງອີເມວລ໌ [email protected].

ໜ່ວຍງານກວດກາຂໍ້ມູນ

ຊື່: ຄະນະກຳມະການປົກປ້ອງຂໍ້ມູນບຸກຄົນຂອງປະເທດສິງກະໂປ
ທີ່ຢູ່: 10 ຖະໜົນ ປາເຊີ ປັນຈັງ (Pasir Panjang Road), #03-01 ຕົວເມືອງເມໂປທຣີ ບີວຊິນເນັດ ປະເທດສິງກະໂປ (Mapletree Business City Singapore) 117438
ລາຍລະອຽດການຕິດຕໍ່: https://www.pdpc.gov.sg/Contact-Us

ອັບເດດຄັ້ງລ້າສຸດ: 11 ເດືອນ ເມສາ 2024