ແນະນຳໝູ່ ແລະ ຮັບເງິນສູງເຖິງ 670,000 ກີບ

ທຸກຄົນທີ່ເປັນໄຣເດີ້ foodpanda ແມ່ນຈະມີລະຫັດລີ້ງເຊີນສ່ວນຕົວທີ່ເປັນຂອງຕົນເອງ ແລະ ສາມາດສົ່ງໃຫ້ຫມູ່ເພື່ອນທີ່ສົນໃຈທີ່ຈະເຂົ້າຮ່ວມເປັນໄຣເດີ້ກັບພວກເຮົາ, ເລີ່ມສົ່ງລີ້ງແນະນຳໝູ່ຂອງທ່ານໃນມື້ນີ້ ແລະ ຮັບເງິນລາງວັນ.

ການແນະນຳໝູ່ແມ່ນຫຍັງ?

ທ່ານສາມາດຫາເງິນໄດ້ຫຼາຍຂຶ້ນໂດຍການເຊີນຊວນໝູ່ມາມາສະໝັກເປັນຄອບຄົວໄຣເດີ້ foodpanda. ເຊີນຫມູ່ເພື່ອນມາເປັນໄຣເດີ້ ຜ່ານທາງແອັບເຮັດວຽກ foodpanda ແລະ ຖ້າຫາກວ່າພວກເຂົາສໍາເລັດການສົ່ງຕາມຈໍານວນ ແລະ ເງືອນໄຂທີ່ກຳນົດໄວ້ ທ່ານຈະໄດ້ຮັບເງິນແນະນຳເປັນຂອງລາງວັນ.


ຕ້ອງເຮັດແນວໃດ?

ນຳໃຊ້ລີ້ງແນະນຳຂອງທ່ານ ແລະ ເມື່ອໝູ່ຂອງທ່ານສຳເລັດການສະໝັກເປັນໄຣເດີ້, ທ່ານຈະໄດ້ຮັບເງິນເຂົ້າໃນກະເປົາຂອງທ່ານຕາມຈຳນວນທີ່ກຳນົດໄວ້ ເມື່ອໝູ່ຂອງທ່ານຈັດສົ່ງສຳເລັດອໍເດີ້ຕາມຈຳນວນເງື່ອນໄຂທີ່ກຳນົດ ແລະ ພາຍໃນຈຳນວນວັນທີ່ກຳນົດ.


ກົດລະບຽບການຊໍາລະເງິນ

ທ່ານຈະໄດ້ຮັບເງິນ ເມື່ອຜູ້ທີ່ທ່ານແນະນຳມາສະໝັກສຳເລັດ ແລະ ຈັດສົ່ງສຳເລັດຕາມຈຳນວນອໍເດີ້ທີ່ກຳນົດ ແລະ ພາຍໃນວັນທີ່ກຳນົດ.


ຮອບວຽນການຊໍາລະເງິນ

ທ່ານຈະໄດ້ຮັບເງິນໃນຮອບຖັດໄປເມື່ອເງິນແນະນຳຂອງທ່ານໄດ້ການຢືນຢັນ.

  • ຂັ້ນຕອນທີ 1

    ເຂົ້າໄປທີ່ແອັບເຮັດວຽກຂອງທ່ານ ແລະ ກົດເຂົ້າໄປທີ່ “ແນະນຳໝູ່ມາເຮັດວຽກ” ຫຼັງຈາກນັ້ນທ່ານຈະເຫັນລີ້ງແນະນຳຂອງທ່ານ.

  • ຂັ້ນຕອນທີ 2

    ເລືອກວ່າທ່ານຕ້ອງການທີ່ຈະສົ່ງລີ້ງແນະນຳຂອງທ່ານໃຫ້ໃຜ ໃນນັ້ນຈະມີຫຼາຍຊ່ອງທາງໃຫ້ທ່ານເລືອກ.

  • ຂັ້ນຕອນທີ 3

    ສົ່ງລີ້ງແນະນຳໃຫ້ໝູ່ຂອງທ່ານ.