ກິດຈະກຳມອບອຸປະກອນການສືກສາ

Events February 22, 2023

ອິ່ມອົກອິ່ມໃຈ ກັບກິດຈະກໍາ ມອບເຄື່ອງໃຫ້ກັບນ້ອງໆ ໃນແຂວງຫຼວງພະບາງ. ມ່ວນຊື່ນ ແລະ ອິ່ມອົກອິ່ມໃຈ ໄປກັບອ້າຍນ້ອງໄຣເດີ້ຂອງພວກເຮົາທີ່ຮ່ວມກັນຈັດກິດຈະກໍາ ການມອບເຄື່ອງໃຫ້ກັບນ້ອງໆທີ່ໂຮງຮຽນຝັ່ງເມືອງຈອມເພັດ ແຂວງຫຼວງພະບາງ ໃນວັນທີ 04 ທັນວາ 2022 ທີ່ຜ່ານມາ, ເຊິ່ງລວມມູນຄ່າ 10,000,000 ກີບ, ໃນກິດຈະກໍາຄັ້ງນີ້ໄດ້ມີການມອບຮັບອຸປະກອນການຮຽນ-ການສອນໃຫ້ແກ່ນ້ອງໆນັກຮຽນ ລວມທັງໄດ້ມີການແຈກອາຫານ ແລະ ຫຼີ້ນກິດຈະກໍາຫຼາກຫຼາຍຢ່າງທີ່ສ້າງຄວາມມ່ວນຊື່ນໃຫ້ກັບບັນດານ້ອງໆ, ຄູອາຈານ ແລະ ຜູ້ປົກຄອງ. ມາຊົມວິດີໂອພາບບັນຍາກາດຄວາມອິ່ມອົກອິ່ມໃຈ 💗 ໃນກິດຈະກໍາທາສີໂຮງຮຽນພ້ອມກັບມອບເຄື່ອງໃຫ້ແກ່ນ້ອງໆນັກຮຽນໃນທັງສອງໂຮງຮຽນຝັ່ງເມືອງຈອມເພັດ ແຂວງຫຼວງພະບາງ ຂອງບັນດາອ້າຍນ້ອງໄຣເດີ້ເຮົາ. ພຽງເຫັນຮອຍຍິ້ມຂອງນ້ອງໆໃນວິດີໂອນີ້ກໍມີຄວາມສຸກ ແລະ ອິ່ມໃຈ ແບບບອກບໍ່ຖືກ 🥰

Recent Posts