ໄຣເດີ້ແທັກທີມ ຕະລຸຍຫຼວງພະບາງ

Events July 2, 2023

ທຣິບທ່ຽວຫຼວງພະບາງ 3 ມື້ 2 ຄືນ ຟຣີ !!

ລວມທີມໃຫ້ພ້ອມ ແພນດ້າກັບມາແລ້ວ ກັບມາພ້ອມ ແຄັມເປນ “ໄຣເດີ້ແທັກທີມ ຕະລຸຍຫຼວງພະບາງ”

ຖ້າພ້ອມ ແລ້ວໄປລຸຍກັນເລີຍ 

ພຽງແຕ່ສະສົມຊົ່ວໂມງເຮັດວຽກໃຫ້ໄດ້ຫຼາຍທີ່ສຸດ 5 ທີມທໍາອິດທີ່ເຮັດໄດ້ ຈະໄດ້ທ່ຽວຟຣີ 

ລາຍລະອຽດ:
– ໄຣເດີ້ທຸກຄົນ/ທຸກແຂວງ ສາມາດເຂົ້າຮ່ວມແຄັມເປນນີ້ໄດ້ ແຕ່ຕ້ອງມີທີມເປັນຂອງຕົນເອງ ເຊິ່ງທີມໜຶ່ງປະກອບດ້ວຍໄຣເດີ້ 3 ຄົນ.
– ຖ້າໄຣເດີ້ມີທີມຂອງຕົນເອງແລ້ວ ໃຫ້ລົງທະບຽນເຂົ້າຮ່ວມແຄມເປນໄດ້ທີ່ລິ້ງນີ້ເລີຍ https://docs.google.com/…/1OR9U0SnpmlQzz…/edit

ເງື່ອນໄຂ:
– ໄຣເດີ້ແຕ່ລະທີມຕ້ອງມີຊົ່ວໂມງເຮັດວຽກສະສົມຢ່າງໜ້ອຍ 200 ຊົ່ວໂມງຂຶ້ນໄປ/ທີມ.
– 5 ທີມທໍາອິດທີ່ທີ່ຢູ່ໃນອັນດັບຈະໄດ້ໄປທ່ຽວຫຼວງພະບາງ 3 ມື້ 2 ຄືນ ຟຣີ!!

ກະຕິກາ:
– ໃນລະຫວ່າງທີ່ແຄັມເປນດໍາເນີນຢູ່ ໄຣເດີ້ບໍ່ສາມາດປ່ຽນຄົນໃນທີມຂອງຕົນເອງໄດ້.

*ສາມາດສະໝັກເຂົ້າຮ່ວມໄດ້ຕັ້ງແຕ່ວັນທີ 23 ມິຖຸນາ ຫາ ວັນທີ 07 ກໍລະກົດ 2023 ນີ້!! ແລະ ແຄັມເປນຈະເລີ່ມໃນໄວໆນີ້

*ໝາຍເຫດ: ສໍາລັບທີມທີ່ຊະນະ ຖ້າຫາກວ່າພາຍໃນທີມມີສະມາຊິກຄົນໃດທີ່ບໍ່ສາມາດເດີນທາງໄປໄດ້, ສະມາຊິກຄົນນັ້ນຈະຖືກສະຫຼະສິດໃນການເດີນທາງ ແລະ ບໍ່ສາມາດໃຫ້ບຸກຄົນອື່ນໄປແທນໄດ້.

 ອ້າຍນ້ອງໄຣເດີ້ເຮົາຢ່າພາດໂອກາດເດີ້ ຫຼວງພະບາງລໍຖ້າພວກເຮົາຢູ່ 

Recent Posts