ແພນດ້າໂກ ຈະມີຢູ່ 2 ແບບ:
+ ອໍເດີ້ ແພນດ້າໂກ B2C...
Pandogo C2C
ສະບາຍດີ ໄຣເດີ້ ທຸກຄົນ!
ພວກເຮົາໄດ້ຄົ້ນຫາວິທີຫຼາຍຢ່າງເພື່ອຢາກໃຫ້ໄຣເດີ້ມີລາຍຮັບທີ່ຫຼາຍຂຶ້ນ. ເພາະສະນັ້ນ, ເລີ່ມຕັ້ງແຕ່ວັນທີ 15 ພຶດສະພາ 2023 ເປັນຕົ້ນໄປ, ໄຣເດີ້ທຸກຄົນຈະເລີ່ມໄດ້ຮັບອໍເດີ້ ຈາກ ແພນດ້າໂກ C2C (ລູກຄ້າ ຫາ ລູກຄ້າ).
ແພນດ້າໂກ ແມ່ນຫຍັງ?
ແພນດ້າໂກ ແມ່ນບໍລິການຈັດສົ່ງຕາມຄວາມຕ້ອງການຂອງລູກຄ້າທີ່ຊ່ວຍໃຫ້ຜູ້ນຳໃຊ້ສາມາດສົ່ງພັດສະດຸ ຫຼື ສິນຄ້າໃດໜຶ່ງໃຫ້ບຸກຄົນປາຍທາງໄດ້.
ແພນດ້າໂກ C2C (ລູກຄ້າ ຫາ ລູກຄ້າ) ເປັນປະເພດຂອງການບໍລິການພາຍໃຕ້ແພນດ້າໂກ, ທີ່ຊ່ວຍໃຫ້ຜູ້ນຳໃຊ້ ແອັບ ຟູດແພນດ້າ ສົ່ງທຸກຢ່າງຜ່ານການຈັດສົ່ງໂດຍໄຣເດີ້.
ຕົວຢ່າງ:
– ລູກຄ້າ (ກ) ຕ້ອງການສົ່ງຂອງຂວັນໃຫ້ໝູ່
– ລູກຄ້າ (ຂ) ຕ້ອງການສົ່ງເຄື່ອງໃຫ້ລູກຄ້າ (ຄ)
– ຮ້ານຄ້າ (ກ) ຕ້ອງການສົ່ງພັດສະດຸພິເສດ ຫາ ລູກຄ້າ (ງ)

ລະບຸອໍເດີ້ທີ່ເປັນ ແພນດ້າໂກ C2C

ອໍເດີ້ແພນດ້າໂກ C2C (ລູກຄ້າ ຫາ ລູກຄ້າ)
✔ ຈຸດຮັບເຄື່ອງ ສ່ວນໃຫ້ເປັນບ່ອນທີ່ຢູ່ອາໄສທົ່ວໄປ (ອາດຈະບໍ່ມີໜ້າຮ້ານຕາຍໂຕ)
✔ ທ່ານສາມາດລະບຸ ອໍເດີ້ທີ່ເປັນ ແພນດ້າໂກ C2C ໂດຍເບິ່ງທີ່ໜ້າຈໍ ກົດຮັບ/ປະຕິເສດ ອໍເດີ້. ທຸກອໍເດີ້ຂອງ ແພນດ້າໂກ C2C ຈະມີຄຳວ່າ “pandago parcel delivery” ທີ່ໄດ້ລະບຸໃວ້ໃນດ້ານລຸ່ມລາຍລະອຽດ ໄປທີ່ຮ້ານ
✔ ທຸກໆອໍເດີ້ຂອງ ແພນດ້າໂກ C2C ຈະມີລະຫັດອໍເດີ້ ເລີ່ມຕົ້ນດ້ວຍ “PGO-XXXXXX”
ອໍເດີ້ ແພນດ້າໂກ B2C (ຜູ້ຂາຍ ຫາ ລູກຄ້າ)
✔ ຈຸດຮັບເຄື່ອງສ່ວນໃຫ້ເປັນຮ້ານຄ້າ/ຜູ້ຂາຍ
✔ ລະຫັດອໍເດີ້ ແມ່ນ “XXXX-XXXXXX” (ຈະມີຢູ່ 10 ຫຼັກ)
ອໍເດີ້ ຟູດແພນດ້າ
✔ ຈຸດຮັບເຄື່ອງ ແມ່ນມາຈາກຮ້ານຄ້າທີ່ໄດ້ລົງທະບຽນນຳ ບໍລິສັດ ຟູດແພນດ້າ
✔ ລະຫັດອໍເດີ້ ແມ່ນ “XXXX-XXXX” (ຈະມີຢູ່ 8 ຫຼັກ)
ຈັດສົ່ງອໍເດີ້ແພນດ້າໂກ C2C
ການຈັດສົ່ງອໍເດີ້ຂອງ ແພນດ້າໂກ ຄ້າຍຄືການຈັດສົ່ງອໍເດີ້ທົ່ວໄປ, ສິ່ງທີ່ແຕກຕ່າງກໍຄືສຳລັບອໍເດີ້ແພນດ້າໂກ, ໄຣເດີ້ຈະໄດ້ຮັບອໍເດີ້ຈາກລາກຫຼາຍສະຖານທີ ທີ່ບໍ່ແມ່ນແຕ່ຮ້ານໃນ ຟູດແພນດ້າ ເທົ່ານັ້ນ.
✔ ໃນການຕິດຕໍ່ “ລູກຄ້າຕົ້ນທາງ” ພຽງແຕ່ເບິ່ງລາຍລະອຽດ ເບີໂທທີ່ສະແດງ ຢູ່ໜ້າ “ໄປທີ່ຮ້ານຄ້າ”
✔ ໃນການຕິດຕໍ່ “ລູກຄ້າປາຍທາງ” ພຽງແຕ່ເບິ່ງລາຍລະອຽດ ເບີໂທທີ່ສະແດງ ຢູ່ໜ້າ “ໄປທີ່ຈຸດລູກຄ້າ”

Share