Frequently Asked Questions

ໂປຣແກຣມລາງວັນ ແຕ້ມສະສົມແພນດ້າ ແມ່ນການໃຫ້ລາງວັນແກ່ໄຣເດີ້ ໂດຍທຸກໆການຈັດສົ່ງຂອງທ່ານ ແລະ ສະສົມແຕ້ມເພື່ອປົດລັອກທຸກລະດັບຂັ້ນ ແລະ ແລກຂອງລາງວັນທີ່ໜ້າສົນໃຈ. ທ່ານສາມາດສືກສາຂໍ້ມູນໄດ້ທີ່ນີ້ ທີ່ນີ້

ທ່ານຈະໄດ້ຮັບ 1 ຄະແນນ ສໍາລັບທຸກໆການຈັດສົ່ງທີ່ທ່ານສົ່ງສຳເລັດ. ຄະແນນຂອງທ່ານຈະຖືກນັບທຸກໆເດືອນ ແລະ ປະກາດໃຫ້ທ່ານຮູ້ຜ່ານທາງອີເມລ໌ ແລະ ແອັບ ເຮັດວຽກຂອງທ່ານ.

ທ່ານຕ້ອງຈັດສົ່ງອໍເດີ້ໃຫ້ຫຼາຍຂື້ນເພື່ອສະສົມຄະແນນຂອງທ່ານ ແລະ ບໍ່ຂາດກະເຮັດວຽກ.

ໃນປັດຈຸບັນນີ້ແມ່ນສະເພາະໄຣເດີ້ທີ່ປະຈຳຢູ່ນະຄອນຫຼວງວຽງຈັນເທົ່ານັ້ນທີ່ສາມາດເຂົ້າຮ່ວມໂປຣແກຣມນີ້ໄດ້.​

ປະເພດຂອງລາງວັນອາດຈະມີການປ່ຽນແປງ ທ່ານສາມາດສຶກສາເບີ່ງຂອງລາງວັນໄດ້ທີ່ນີ້ ທີ່ນີ້

ແຕ້ມສະສົມຂອງທ່ານຈະອາຍຸການໃຊ້ງານໃນໄລຍະເວລາ 6 ເດືອນ ຫຼັງຈາກນັ້ນແຕ້ມສະສົມຂອງທ່ານຈະຖືກເລີ່ມຕົ້ນນັບໃໝ່.

ການແລກ ແລະ ຮັບຂອງລາງວັນແມ່ນຈະບໍ່ມີກຳນົດ ແລະ ການແລກຂອງລາງວັນແມ່ນຈະອີງຕາມອາຍຸການໃຊ້ງານຂອງແຕ້ມສະສົມຂອງທ່ານ ແລະ ຈະມີອາຍຸການໃຊ້ງານໃນໄລຍະເວລາ 6 ເດືອນ ຫຼັງຈາກນັ້ນແຕ້ມສະສົມຂອງທ່ານຈະຖືກເລີ່ມຕົ້ນນັບໃໝ່.

ທ່ານສາມາດເຂົ້າມາແລກຂອງລາງວັນໄດ້ທີ່ຫ້ອງການ ຟູດແພນດ້າ ຫຼື ສູນບໍລິການໄຣເດີ້ໄດ້ເລີຍ.

ແຕ້ມສະສົມຂອງທ່ານຈະບໍ່ສາມາດໂອນໃຫ້ໄຣເດີ້ຜູ້ອື່ນ ຫຼື ລວມກັບຄົນອື່ນໄດ້.

ບໍໍ່ມີອັດຕາກົດຮັບຂັ້ນຕໍ່າ, ອັດຕາການກົດຮັບຂອງທ່ານຈະບໍ່ຖືກນັບ ພຽງແຕ່ທ່ານຈັດສົ່ງສຳເລັດ 1 ອໍເດີ້ ທ່ານກໍ່ຈະໄດ້ຮັບ 1 ແຕ້ມ.

ທ່ານຈະໄດ້ຮັບການອັບເດດລະດັບຂອງທ່ານທຸກໆເດືອນ (ອາທິດທຳອິດຂອງເດືອນຖັດມາ) ຜ່ານທາງອີເມວ ຫຼື ແອັບເຮັດວຽກຂອງທ່ານ. ທ່ານສາມາດກວດເບິ່ງລະດັບຂັ້ນ ຫຼື ແຕ້ມສະສົມຂອງທ່ານໄດ້. ຄລິກທີ່ນີ້ 

ແມ່ນແລ້ວ, ລະບົບ ແຕ້ມສະສົມອາດຈະມີການປ່ຽນແປງ. ພວກເຮົາຈະເພີ່ມ ແລະ ປັບປ່ຽນຕາມຮອບວຽນ ແລະ ປ່ຽນລະບົບນັບແຕ້ມເປັນຊ່ວງເວລາ.

ທ່ານຕ້ອງແລກຂອງລາງວັນຂອງທ່ານ ພາຍໃນ 6 ເດືອນ, ຖ້າທ່ານບໍ່ແລກທ່ານຈະສູນເສຍຄະແນນດັ່ງກ່ວາເມື່ອເວລາ 6 ເດືອນ.

ຕົວຢ່າງ:

  • ຮອບທີ່ 1: ເລີ່ມຕັ້ງແຕ່ 01 ມັງກອນ ເຖິງ 30 ມິຖຸນາ 2022
  • ຮອບທີ່ 2: ເລີ່ມຕັ້ງແຕ່ 01 ກໍລະກົດ ເຖິງ 31 ທັນວາ 2022

ທ່ານສາມາດແລກຂອງລາງວັນໄດ້ຕາມຄະແນນສະສົມທີ່ທ່ານມີ.

ທ່ານສາມາດແລກໄດ້ຕາມໃຈ ແລະ ຕາມຄະແນນທີ່ທ່ານມີຢູ່.

ທ່ານຕ້ອງສະສົມແຕ້ມຢ່າງຕ່ຳ 276 ແຕ້ມຈື່ງສາມາດແລກຂອງລາງວັນໄດ້.