Frequently Asked Questions

ທ່ານຢູ່ພາຍໃຕ້ໂຄງສ້າງຄ່າບໍລິການແບບໄດນາມິກ, ກະລຸນາອ່ານລາຍລະອຽດເພີ່ມເຕີມ ທີ່ນີ້

ທ່ານຈະໄດ້ຮັບເງິນລາຍໄດ້ຂອງທ່ານທຸກໆ “ວັນພະຫັດ” ຂອງທຸກໆອາທິດ. ທ່ານເຮັດວຽກອາທິດນີ້ ລາຍໄດ້ຂອງທ່ານຈະຖືກໂອນເຂົ້າບັນຊີຂອງທ່ານໃນອາທິດຕໍ່ມາ.

ບໍລິສັດຈະສົ່ງລາຍລະອຽດຄ່າບໍລິການຂອງທ່ານ ຜ່ານຊ່ອງທາງແອັບເຮັດວຽກຫຼັງຈາກການໂອນເງິນລາຍໄດ້ໃຫ້ແກ່ທ່ານ.​

ນອກຈາກຄ່າບໍລິການແລ້ວ ບໍລິສັດຍັງມີເງີນໂບນັດປະຈຳອາທິດ, ເງີນໂບນັດໃນລະດູຝົນ ແລະ ຈັດສົ່ງອໍເດີ້ເພື່ອສະສົມແຕ້ມ ແລະ ນຳມາແລກເອົາຂອງລາງວັນທີ່ໜ້າສົນໃຈອີກຫຼາກຫຼາຍ.

ທາງບໍລິສັດຈະໂອນເງິນລາຍໄດ້ຂອງທ່ານເຂົ້າໃນບັນຊີຂອງທ່ານໂດຍຕົງ.