ກິດຈະກຳ ໄຣເດີ້

ໄຣເດີ້ຖືວ່າເປັນ “ຮີໂຣ່” ຂອງພວກເຮົາ ແລະ ພວກເຮົາເອງກໍເຊື່ອວ່າການທີ່ໄດ້ເຮັດກິດຈະກໍາຮ່ວມກັນນັ້ນ ແມ່ນເປັນສິ່ງທີ່ສໍາຄັນໃນການສ້າງຄວາມສາມັກຄີ ແລະ ສ້າງຄວາມສໍາພັນທີ່ດີລະຫວ່າງອ້າຍນ້ອງໄຣເດີ້ ແລະ ບໍລິສັດ. ເພາະສະນັ້ນ, ໃນທຸກໆໄຕມາດ ຫຼື ທຸກໆເທດສະການ ພວກເຮົາຈະມີການຈັດກິດຈະກໍາຮ່ວມກັນຢູ່ເລື້ອຍໆບໍ່ວ່າຈະເປັນການແຂ່ງຂັນກິລາ, ພາເຂົ້າສາມັກຄີ, ການບໍລິຈາກຊ່ວຍເຫຼືອສັງຄົມ ແລະ ກິດຈະກໍາອື່ນໆທີ່ເປັນຜົນປະໂຫຍດຕໍ່ກັບໄຣເດີ້.